ວັນເຂົ້າພັນສາ 2559 ກົງກັບວັນທີ່20/7/2016
ເຊິ່ງເປັນວັນທີ່ພຣະສົງເຖຣະວາດຈະອະທິຖານວ່າຈະພັກປະຈຳຢູ່ທີ່ໃດທີ່ໜຶ່ງຕ:ຫຼອດໄລຍະເວລາ
ລະດູຝົນທີ່ມີກຳນົດເປັນໄລຍະເວລາ 3 ເດືອນຕາມທີ່ພຣະທັມວິໄນ
ບັນຍັດໄວ້ໂດຍບໍ່ໄປຄ້າງແຮມທີ່ອື່ນ ຫຼື ທີ່ເອີ້ນຕິດປາກກັນໂດຍທົ່ວໄປວ່າ"ຈຳພັນສາ"ນັ່ນເອງ
#ປະຫວັດວັນເຂົ້າພັນສາ
"ເຂົ້າພັນສາ" ແປວ່າ ພັກຝົນ
ຫຼື ພັກລະດູຝົນ ໝາຍເຖິງ ພຣະພິກສຸຕ້ອງຢູ່ປະຈຳວັດໃດວັດໜຶ່ງລະຫວ່າງລະດູຝົນໂດຍເຫດທີ່ພຣະພິກສຸໃນສະໄໝພຸດທະການມີໜ້າທີ່ຈະຕ້ອງຈາຣິກໂປດສັດ ແລະ
ເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນ
ຕ້ອງມີທີ່ຢູ່ປະຈຳ ແມ້ໃນລະດູຝົນ
ຊາວບ້ານຈຶ່ງຕຳໜິວ່າ ໄປຫຍຽບເຂົ້າກ້າ ແລະພືດອຶ່ນໆ
ຈົນເສຍຫາຍ
ພຣະພຸດທະເຈົ້າຈຶ່ງຊົງອອກລະບຽບການຈຳພັນສາໃຫ້ພຣະພິກສຸຢູ່
ປະຈຳທີ່ຕະຫຼອດ 3 ເດືອນ ໃນລະດູ
ຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1ຄ່ຳ
ເດືອນ 8 ຂອງທຸກໆປີ
ເອີ້ນວ່າ"ປຸຣິມພັນສາ"
ຖ້າປີໃດມີເດືອນ 8 ສອງຄັ້ງ ກໍ່ເລືອນ
ມາເປັນວັນແຮມ1 ຄ່ຳ
ເດືອນ ແປດຫຼັງ ແລະ ອອກພັນສາ
ໃນວັນຂຶ້ນ15 ຄ່ຳເດືອນ11 ເອີ້ນວ່າ
"ປັຈສິມພັນສາ"
ເວັ້ນແຕ່ມີກິດທຸລະຄືເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນດຽວ
ນັ້ນກໍ່ຊົງອະນຸຍາດໃຫ້ໄປແຮມຄືນ
ໄດ້ຄາວໜຶ່ງບໍ່ເກີນ 7ຄືນເອີ້ນວ່າ
"ສັຕຕະຫະ" ຫາກເກີນກຳນົດນີ້ຖື
ວ່າ ບໍ່ໄດ້ຮັບປະໂຫຍດແຫ່ງການຈຳ
ພັນສາຈັດວ່າພັນສາຂາດ.
ສຳລັບຂໍ້ຍົກເວັ້ນໃຫ້ພິກຂຸຈຳພັນສາທີ່ອື່ນໄດ້ໂດຍບໍ່ຖືເປັນການຂາດພັນສາເວັ້ນແຕ່ເກີນ7ວັນໄດ້ແກ່
1.ການໄປຮັກສາພະຍາບານພິກຂຸ
ຫຼືບິດາມານດາທີ່ເຈັບປ່ວຍ
2. ການໄປລະງັບພິກຂຸສາມະເນນທີີ່
ຢາກຈະສິກບໍ່ໃຫ້ສິກໄດ້
3.ການໄປເພື່ອກິດທຸລະຂອງຄະນະສົງເຊັ່ນການໄປຫາອຸປະກອນມາ
ຊ່ອມກຸຕິທີ່ຊຳຫຼຸດ
4.ຫາກທາຍົກນິມົນໄປເຮັດບຸນກໍ່ໄປ
ສະຫຼອງສັດທາມນການບຳເພັນກຸ
ສົນຂອງເຂົາໄດ້
ไม่มีความคิดเห็น:
แสดงความคิดเห็น