ໃນສະໄໝບູຮານເພິ່ນຈະປຽບ
ວັດຄືໂຮງໝໍ,ວັດຄືໂຮງຮຽນ,ວັດຄືໂຮງແຮມ,ວັດຄືຄັງວັດສະດຸ,ວັດຄືສານຍຸດຕິທັມ,ວັດຄືຫໍປະຊຸມໃຜຍ່.ດັ່ງນັນ ຈຶ່ງນິຍົມສ້າງວັດປະຈຳບ້ານ ແລ້ວອຸປະຖຳຄ້ຳຈຸນພຸດທະສາດສະໜາໃຫ້ຄຽງຄູ່ຢູ່ກັບຊີວິດຂອງຕົນ
ຈຶ່ງເວົ້າໄດ້ວ່າມີຕົນຕ້ອງມີຊາດ
ມີຊາດຕ້ອງມີສາດສະໜາຫຼືເວົ້າວ່າມີຊາດສາດສະໜາ ແລະບັນດາທ່ານຜູ້ນຳ.ດັ່ງນັ້ນວັດຈຶ່ງເປັນສະຖານທີ່ບູຊາແລະປະຕິບັດທັມຂອງຜູ້ນັບຖືສາດສະໜາພຸດແລະ
ສົນໃຈໃຝ່ໃນທັມ ແລະວັດນີ້ຈຶ່ງຈຳ
ເປັນໃນແຕ່ລະບ້ານ ບູຮານເຮົາຈຶ່ງສອນລູກຫຼານໄວ້.
ຄວາມເປັນມາຂອງວັດບຸບຜາຣາມ
ຫຼືຼືເຮົາມັກຈະເອີ້ນກັນວ່າວັດໂນນ
ຫີນແແຮ່
ເພາະບ່ອນຕັ້ງວັດມັນມີຫີນແຮ່ຫຼາຍແລະເປັນໂນນ ຈຶ່ງນິຍົມກັນເອີ້ນ
ວັດໂນນຫີນແຮ່ ຕາມທີ່ໄດ້ເຫັນນັ້ນ ຕາມປະຫວັດ
ບອກເລົ່າວ່າ ວັດບຸບຜາຣາມນີ້ແຕ່
ກ່ອນແມ່ນເປັນປ່າຊ້າຂອງຊາວຈີນ
ທີ່ອົບພະຍົບມາຢູ່ລາວ ຕໍ່ມາໄດ້ຍົກ
ເລີກອອກ ແລະມີໝູ່ບ້ານມາອາໃສ
ຫຼາຍຂຶ້ນ ແລ້ວປະຊາຊົນຈຳນວນໜຶ່ງໄດ້ລະ
ດົມທຶນກັນສ້າງວັດຂຶ້ນ ຕາມການ
ບອກເລົ່າຂອງພໍ່ຍາຜາງວິນສົມເພັດ
ແລະຍາພໍ່ບ້ານບຸນມີ ສຸດທິກຸມມານ
ເລີ່ມຕົ້ນເຮັດວັດທຳອິດ
ແມ່ນໄດ້ໃນຍາມກາງຄືນເພາະໃນ
ຕອນນັ້ນເພິ່ນບໍ່ທັນໄດ້ອະນຸຍາດໃຫ້ສ້າງວັດຂຶ້ນອີກ ດັ້ງນັ້ນຊາວບ້ານຈຳ
ນວນໜຶ່ງທີ່ມີສັດທາແຮງກ້າຕໍ່ພຣະ
ພຸດທະສາດສະໜາຈຶ່ງເສຍສະຫຼະ
ທັງເຫື່ອແຮງເວລາແລະ ທຶນຮອນ
ຕົກລົງແລ້ວໄດ້ພາກັນຖ່າງປ່າພ້ອມ
ທັງລະດົມທຶນຈຳນວນໜຶ່ງຈາກ
ປະຊາຊົນຜູ້ມີສັດທາ ຜູ້ທີ່ໄດ້ເລີ່ມ
ຕົ້ນລົງມືສ້າງວັດໃນຄັ້ງທຳອິດນັ້ນມີດັ່ງນີ້:
1.) ຍາພໍ່ ບ້ານບຸນມີ ສຸດທິກຸມມານ
2.) ພໍ່ ຍາຜາງວິນ ສົມເພັດ
3.) ພໍ່ຍາ ກາກ ໄຊສົງຄາມ
4.) ພໍ່ຍາ ຈານລີ ພົມມະວົງ
5.) ພໍ່ຍາ ທອງໃບ
6.). ຍາພໍ່ບ້ານ ທິດມ່ານ ທອງລີວົງ
7.) ພໍ່ຍາຜາຍ ທຳມະວົງ
8.) ພໍ່ຍາ ຊຽງຫຼ່ຽນ
9.) ພໍ່ບ້ານ ເຕັມ ເທບບົວເຮືອງ
10.) ພໍ່ຍາຈານກົມ ແກ້ວວິໄລສຸກ
11.) ພໍ່ຍາຜາ ວົງສາເສນ
12.) ພໍ່ຍາຊ່າງທີ
13.) ພໍ່ຍາ ທ່ານ ໝໍ ຄຳກິ່ງຈັນສີນາ
14.) ພໍ່ຍາ ຄຳຫຼ້າ
15.) ແມ່ຍາ ວົງ
16.) ແມ່ຍາວາດ
17.) ພໍ່ຍາຄຳຜ່ານ ຊຸມພົນພັກດີ
18.) ແລະຜູ້ອື່ນໆ.
ລານການກໍ່ສ້າງ
ເລີ່ມສ້າງກຸຕິຫຼັງທີ່ໜຶ່ງເປັນກຸຕິ
ໄມ້ທຳມະດາໃນມື້ຂຶ້ນ07ຄ່ຳເດືອນ8
ຫາ ມື້ຂຶ້ນ14ຄ່ຳ ເດືອນ8 ປີ ພ.ສ
2511 ຄ.ສ 1968 ມູນຄ່າສ້າງ28.000ກີບ ເງິນແຕ່ເກົ່າ
ມັນມີ1ກີບ 2ກີບຂຶ້ນໄປ ແຕ່ດຽວນີ້
ມີ5.000ກີບຂຶ້ນໄປ 5.000ກີບດຽວ
ນີ້ຖືວ່າຕ່ຳສຸດຂອງເງິນກີບ
* ໃນມື້ຂຶ້ນ 15 ຄ່ຳ ເດືອນ 8 ເຖົ້າແກ່
ແນວໂຮມພາຍໃນບ້ານໄດ້ໄປນິມົນ
ຍາທ່ານເຄນ ຢູ່ວັດໄຊຍະພູມ ມາເປັນເຈົ້າອົງທຳອິດ.
* ປີ ພ.ສ 2512 ຄ.ສ 1969 ເລີ່ມກໍ່
ສ້າງຫໍສາລາໂຮງທັມຫຼັງໄມ້(ຫໍແຈກ) ໂດຍອາໃສແຮງສັດທາ ແລະ
ຄວາມສາມັກຄີຂອງຊາວບ້ານເປັນ
ຜູ້ສ້າງຂຶ້ນ. ຕໍ່ມາເລີຍກໍ່ມ້າງເສຍ
ເເລ້ວ
* ປີ ພ.ສ 2514 ຄ.ສ 1971 ໄດ້ສ້າງກຸຕິດິນສອງຊັ້ນຂຶ້ນໜຶ່ງຫຼັງ
ມູນຄ່າ 6.900.000 ກີບ ພາຍຫຼັງ
ຍາທ່ານເຄນກໍ່ເລີຍ ລາສິກຂາ
* ໃນປີ ພ.ສ 2518 ຄ.ສ 1975 ທາງ
ຄະສະສົງແຂວງຕອນນັ້ນແມ່ນ
ຍາທ່ານ ອາດ ສຸພັດໂທ ເປັນ ອພສ ແຂວງສະຫວັນນະເຂດ
ແລ້ວໄດ້ແຕ່ງໃຫ້ຍາທ່ານ ບຸນລິດ
ໂພທິຈັກ ມາເປັນເຈົ້າອະທິການວັດ
ແທນຍາທ່ານເຄນ ເປັນອົງທີ່ສອງ.
* ມາເຖິງພ.ສ 2549 ຄ.ສ 2006
ຍາທ່ານ ບຸນລິດ ໂພທິຈັກ ໄດ້ມໍລະ
ນະໄປ ຕໍ່ມາທາງຄະນະສົງກໍ່ໄດ້ປະ
ກາດໃຫ້ຍາພໍ່ມະຫາສີນວນ
ດຳລົງບຸນ ຮັກສາການແທນ ໄດ້ປະມານ 6 ເດືອນກໍໄດ້ມໍລະນະ
ພາບໄປ ຈຶ່ງເປັນເຫດໃຫ້ວັດວ່າງ
ຈາກເຈົ້າອາວາດຢູ່ປະມານ 5ເດືອນ.
* ຕໍ່ມາພ.ສ2549 ໃນວັນທີ່11/1/2007 ທາງຄະນະ
ສົງແຂວງ ຍາທ່ານມະຫາງອນ
ດຳລົງບຸນ ໄດ້ແຕ່ງໃຫ້ພຣະອາຈານສຸວັນທາ
ສຸຈິຕໂຕ(ຈານແຫຼ້) ມາເປັນເຈົ້າອະທິການ
ວັດບຸບຜາຣາມເປັນອົງສາມ
ອາຈານ ສຸວັນທາເປັນເຈົ້າອະທິ
ການວັດເປັນເວລາ3-4ປີ ກໍ່ໄດ້
ສິກຂາລາເພດ
ເມື່ອວັດຂາດເຈົ້າອາວາດ
ທາງຄະນະສົງກໍ່ເຫັນດີແຕ່ງຕັ້ງ
ພຣະອາຈານ ແກ້ວ ໄປເປັນເຈົ້າອະທິການວັດບຸບຜາ
ຣາມ
ເປັນໄດ້1-2ປີ ບໍ່ພໍເທົ່າໃດກໍ່ສິກຂາລາເພດ
ເມື່ອຂາດເຈົ້າອະທິການວັດອີກ
ທາງຄະນະສົງແຂວງ
ຍາທ່ານມະຫາງອນ ດຳລົງບຸນກໍ່ໄດ້
ແຕ່ງຕັ້ງພຣະ ອາຈານ ຈັນດາ
ເຄນສັກດາ ເປັນເຈົ້າອະທິການວັດບຸບຜາຣາມ
(ວັດໂນນຫີນແຮ່)
ຕັ້ງແຕ່ປີ 2012-13-14-15-2016
ອົງປະຈຸບັນນີ້
ວັດບຸບຜາຣາມແມ່ນຕັ້ງຢູ່ ູ່ບ້ານສະພານເໜືອ ເມືອງໄກສອນແຂວງສະຫວັນນະ ເຂດ
ไม่มีความคิดเห็น:
แสดงความคิดเห็น